ສິ່ງ​ຊ່ວຍ​ສຶກ​ສາ
ທີ່​ຖື​ກຳເນີດ


ທີ່​ຖື​ກຳເນີດ

ຄື​ການ​ເກີດ. ການ​ກຳເນີດ​ຄື​ການ​ຄອດ, ຄື​ການ​ສ້າງ, ຫລື ຖືກ​ເອີ້ນ​ໃຫ້​ເປັນ. ໃນ​ພຣະ​ຄຳ​ພີ, ຖ້ອຍ​ຄຳ​ເຫລົ່າ​ນີ້​ມັກ​ຈະ​ຖືກ​ໃຊ້​ເລື້ອຍໆ​ເຖິງ​ການ​ເກີດ​ຈາກ​ພຣະ​ເຈົ້າ. ເຖິງ​ແມ່ນ​ວ່າ​ພຣະ​ເຢຊູ​ຄຣິດ​ເປັນ​ພຽງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ພຣະ​ບິດາ​ເທົ່າ​ນັ້ນ​ໃນ​ຄວາມ​ເປັນ​ມະຕະ, ແຕ່​ຜູ້​ຄົນ​ທັງ​ປວງ​ອາດ​ເປັນ​ຜູ້​ຖື​ກຳເນີດ​ທາງ​ວິນ​ຍານ​ຂອງ​ພຣະ​ຄຣິດ ໂດຍ​ການ​ຮັບ​ເອົາ​ພຣະ​ອົງ, ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ກາຍ​ເປັນ​ຄົນ​ໃໝ່​ຜ່ານ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.