ສິ່ງ​ຊ່ວຍ​ສຶກ​ສາ
ປັນຍາ​ຈານ


ປັນຍາ​ຈານ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ເດີມ​ຊຶ່ງ​ບັນ​ຈຸ​ພາບ​ສະ​ທ້ອນ​ເຖິງ​ບັນ​ຫາ​ອັນ​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ຊີ​ວິດ.

ຜູ້​ຂຽນ​ປຶ້ມ, ຜູ້​ສັ່ງ​ສອນ, ກໍ​ຂຽນ​ຢ່າງ​ມາກ​ມາຍ​ຈາກ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້​ທີ່​ປາດ​ສະ​ຈາກ​ຄວາມ​ເຂົ້າ​ໃຈ​ເລື່ອງ​ພຣະ​ກິດ​ຕິ​ຄຸນ. ເພິ່ນ​ຂຽນ​ຕາມ​ຄວາມ​ຮູ້​ສຶກ​ຂອງ​ຊາວ​ໂລກ—ນັ້ນ​ຄື, ຄົນ​ທີ່ “ຢູ່​ໃຕ້​ຟ້າ​ສະຫວັນ” (ປຍຈ 1:9). ເນື້ອ​ໃນ​ສ່ວນ​ຫລາຍ​ຢູ່​ໃນ​ປຶ້ມ​ເບິ່ງ​ເປັນ​ເລື່ອງ​ຮ້າຍ ແລະ ສິ້ນ​ຫວັງ (ປຍຈ 9:5, 10). ນີ້​ບໍ່​ແມ່ນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້​ເຮົາ​ຄິດ​ເຫັນ​ຊີ​ວິດ ແຕ່​ເປັນ​ສິ່ງ​ທີ່​ຜູ້​ສັ່ງ​ສອນ​ໄດ້​ສັງ​ເກດ​ເຫັນ​ສິ່ງ​ທີ່​ປະກົດ​ຕໍ່​ຜູ້​ຄົນ​ຢູ່​ໃນ​ໂລກ​ທີ່​ບໍ່​ໄດ້​ຮຽນ​ຮູ້. ສ່ວນ​ທີ່​ເປັນ​ທາງ​ວິນ​ຍານ​ສ່ວນ​ຫລາຍ​ຂອງ​ປຶ້ມ​ແມ່ນ ບົດ​ທີ 11 ແລະ 12, ບ່ອນ​ທີ່​ຜູ້​ຂຽນ​ໄດ້​ສະ​ຫລຸບ​ວ່າ ສິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ມີ​ຄ່າ​ອັນ​ເປັນ​ນິດ ແມ່ນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.