ສິ່ງ​ຊ່ວຍ​ສຶກ​ສາ
ແອວມາ, ລູກ​ຊາຍ​ຂອງ​ແອວມາ


ແອວມາ, ລູກ​ຊາຍ​ຂອງ​ແອວມາ

ໃນ​ພຣະ​ຄຳ​ພີ​ມໍມອນ, ຫົວ​ໜ້າ​ຜູ້​ຕັດ​ສິນ​ຄົນ​ທຳ​ອິດ ແລະ ສາດ​ສະ​ດາ​ໃນ​ປະ​ຊາ​ຊາດ​ນີໄຟ. ຕອນ​ເປັນ​ໜຸ່ມ ລາວ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ສາດ​ສະ​ໜາ​ຈັກ (ມຊຢ 27:8–10). ເຖິງ​ຢ່າງ​ໃດ​ກໍ​ຕາມ, ທູດ​ໄດ້​ມາ​ປະກົດ​ຕໍ່​ລາວ ແລະ ລາວ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ (ມຊຢ 27:8–24; ແອວ 36:6–27). ຕໍ່​ມາ ລາວ​ໄດ້ສະລະ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ເພື່ອ​ໄປ​ສິດ​ສອນ​ຜູ້​ຄົນ (ແອວ 4:11–20).

ໜັງສື​ແອວມາ

ໜັງ​ສື​ເຫລັ້ມ​ໜຶ່ງ​ອີກ​ຕ່າງ​ຫາກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ, ບັນ​ຈຸ​ຄຳ​ຫຍໍ້​ຈາກ​ບັນ​ທຶກ​ຕ່າງໆ​ຂອງ​ສາດ​ສະ​ດາ​ແອວມາ, ລູກ​ຊາຍ​ຂອງ​ແອວມາ, ແລະ ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ. ເຫດ​ການ​ຕ່າງໆ​ທີ່​ໄດ້​ອະ​ທິ​ບາຍ​ຢູ່​ໃນ​ໜັງ​ສື​ໄດ້​ເກີດ​ຂຶ້ນ​ປະ​ມານ 91 ເຖິງ 52 ປີ ກ່ອນ ຄ.ສ. ໜັງ​ສື​ມີ​ຢູ່​ດ້ວຍ​ກັນ 63 ບົດ. ບົດ​ທີ 1–4 ບັນ​ຍາຍ​ເຖິງ​ການ​ກະ​ບົດ​ຂອງ​ຜູ້​ຕິດ​ຕາມ​ນີຮໍ ແລະ ອາມ​ລິ​ໄຊ ຕໍ່​ຕ້ານ​ຊາວ​ນີໄຟ. ຜົນ​ສະ​ທ້ອນ​ຂອງ​ສົງ​ຄາມ​ເຫລົ່າ​ນັ້ນ​ແມ່ນ​ເປັນ​ການ​ທຳ​ລາຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດ​ສາດ​ຂອງ​ຊາວ​ນີໄຟ​ທີ່​ເຄີຍ​ມີ​ມາ. ບົດ​ທີ 5–16 ບັນຈຸ​ເລື່ອງ​ລາວ​ຂອງ​ການ​ເດີນ​ທາງ​ໄປ​ສອນ​ສາດ​ສະ​ໜາ​ຂອງ​ແອວມາ​ໃນ​ຕອນ​ຕົ້ນ, ລວມ​ທັງ​ຄຳ​ເທດ​ສະ​ໜາ​ຂອງ​ເພິ່ນ​ເລື່ອງ​ຜູ້​ລ້ຽງ​ທີ່​ດີ (ແອວ 5) ແລະ ການ​ສັ່ງ​ສອນ​ຂອງ​ເພິ່ນ​ກັບ​ແອມ​ມິວເລັກ​ໃນ​ເມືອງ​ອຳໂມນ​ໄນຮາ. ບົດ​ທີ 17–27 ບັນ​ຈຸ​ບັນ​ທຶກ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ​ໃນ​ບັນ​ດາ​ຊາວ​ເລມັນ. ບົດ​ທີ 28–44 ບັນ​ຈຸ​ຄຳ​ເທດ​ສະ​ໜາ​ທີ່​ສຳ​ຄັນ​ທີ່​ສຸດ​ບາງ​ຢ່າງ​ຂອງ​ແອວມາ. ໃນບົດ​ທີ 32 ແອວມາ​ໄດ້​ປຽບ​ທຽບ​ພຣະ​ຄຳ​ໃສ່​ກັບ​ເມັດ​ພືດ; ໃນບົດ​ທີ 36 ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ​ໃຫ້​ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ​ຟັງ. ບົດ​ທີ 39–42 ບັນ​ທຶກ​ຄຳ​ແນະນຳ​ຂອງ​ແອວມາ​ຕໍ່​ໂຄຣິ​ອານທັນ ລູກ​ຊາຍ​ຂອງ​ເພິ່ນ, ຜູ້​ໄດ້​ໄປ​ພົວ​ພັນ​ກັບ​ການ​ລ່ວງ​ລະເມີດ​ທາງ​ສິນ​ທຳ; ຄຳ​ເທດ​ສະ​ໜາ​ທີ່​ສຳ​ຄັນ​ນີ້​ອະ​ທິ​ບາຍ​ເຖິງ​ຄວາມ​ຍຸດ​ຕິ​ທຳ, ຄວາມ​ເມດ​ຕາ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ການ​ຊົດ​ໃຊ້. ບົດ​ທີ 45–63 ບັນ​ຍາຍ​ເຖິງ​ສົງ​ຄາມ​ຕ່າງໆ​ຂອງ​ຊາວ​ນີໄຟ​ໃນ​ຊ່ວງ​ເວລາ​ນັ້ນ ແລະ ການ​ຍ້າຍ​ຖິ່ນ​ຖານ​ພາຍ​ໃຕ້ ເຮ​ກອດ. ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ເຊັ່ນ ນາຍ​ທັບ​ໂມ​ໂຣ​ໄນ, ທີ​ອານ​ຄຳ, ແລະ ລີໄຮ ໄດ້​ຊ່ວຍ​ປົກ​ປັກ​ຮັກ​ສາ​ຊາວ​ນີໄຟ ໂດຍ​ຜ່ານ​ຄວາມ​ກ້າ​ຫານ​ຂອງ​ເຂົາ​ເຈົ້າ ແລະ ການ​ກະ​ທຳ​ໃນ​ເວລາ​ທີ່​ເໝາະ​ສົມ.