ສິ່ງ​ຊ່ວຍ​ສຶກ​ສາ
ສະມິດ, ໂຈເຊັບ, ຜູ້ລູກ


ສະມິດ, ໂຈເຊັບ, ຜູ້ລູກ

ສາດ​ສະ​ດາ​ທີ່​ຖືກ​ເລືອກ​ໃຫ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ​ຄືນ​ມາ​ສູ່​ແຜ່ນ​ດິນ​ໂລກ. ໂຈເຊັບ ສະມິດ ໄດ້​ເກີດ​ໃນ​ລັດ​ເວີ​ໝ້ອນ ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ໄດ້​ມີ​ຊີ​ວິດ​ຈາກປີ 1805 ເຖິງ 1844.

ໃນ​ປີ 1820, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິດາ ແລະ ພຣະ​ເຢຊູ​ຄຣິດ ໄດ້​ປະກົດ​ຕໍ່​ໂຈເຊັບ, ແລະ ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ບໍ່​ມີ​ສາດ​ສະ​ໜາ​ຈັກ​ແຫ່ງ​ໃດ​ຢູ່​ໃນ​ແຜ່ນ​ດິນ​ໂລກ ທີ່​ແທ້​ຈິງ (ຈສ—ປ 1:1–20). ຕໍ່​ມາ ທູດ​ໂມ​ໂຣ​ໄນ ໄດ້​ມາ​ຢ້ຽມ​ຢາມ​ເພິ່ນ, ຜູ້​ໄດ້​ເປີດ​ເຜີຍ​ບ່ອນ​ທີ່​ແຜ່ນ​ຈາລຶກ​ຄຳ ທີ່​ບັນ​ຈຸ​ບັນ​ທຶກ​ຂອງ​ຜູ້​ຄົນ​ໃນ​ສະ​ໄໝ​ບູຮານ ທີ່​ໄດ້​ອາ​ໄສ​ຢູ່​ໃນ​ທະ​ວີບ​ອາ​ເມ​ຣິ​ກາ (ຈສ—ປ 1:29–54).

ໂຈເຊັບ​ໄດ້​ແປ​ແຜ່ນ​ຈາລຶກ​ຄຳ ແລະ ໃນ​ປີ 1830 ໄດ້​ຈັດ​ພິມ​ມັນ​ເປັນ​ພຣະ​ຄຳ​ພີ​ມໍມອນ (ຈສ—ປ 1:66–67, 75). ໃນ​ປີ 1829, ເພິ່ນ​ໄດ້​ຮັບ​ສິດ​ອຳນາດ​ຖານະ​ປະ​ໂລ​ຫິດ ຈາກ​ໂຢຮັນ​ບັບຕິ​ສະໂຕ ແລະ ຈາກ ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ (ຄພ 13; 27:12; 128:20; ຈສ—ປ 1:68–70).

ຕາມ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ເຈົ້າ, ໃນ​ວັນທີ 6 ເດືອນ​ເມສາ, 1830, ໂຈເຊັບ ແລະ ຄົນ​ອື່ນໆ​ຫລາຍ​ຄົນ ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ຄືນ​ມາ​ໃໝ່ (ຄພ 20:1–4). ພາຍ​ໃຕ້​ການ​ນຳ​ພາ​ຂອງ​ໂຈເຊັບ, ສາດ​ສະ​ໜາ​ຈັກ​ຈຶ່ງ​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ປະເທດ​ການາດາ, ປະເທດ​ອັງກິດ, ແລະ ພາກ​ສ່ວນ​ໜຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ໂດຍ​ສະ​ເພາະ​ໃນ​ລັດ​ໂອ​ໄຮ​ໂອ, ລັດ​ມີ​ເຊີຣີ, ແລະ ລັດ​ອິ​ລິ​ນອຍ. ການ​ຂົ່ມ​ເຫັງ​ທີ່​ຮ້າຍ​ແຮງ​ໄດ້​ຕິດ​ຕາມ​ໂຈເຊັບ ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ບ່ອນ​ໃດ​ກໍ​ຕາມ. ໃນ​ວັນທີ 27 ເດືອນ​ມິຖຸນາ, 1844, ໂຈເຊັບ ແລະ ໄຮຣຳ ອ້າຍ​ຂອງ​ເພິ່ນ ໄດ້​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ ໃນ​ເມືອງ​ຄາດເທດ, ລັດ​ອິ​ລິ​ນອຍ, ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ພຣະ​ຄຳ​ພີ​ທີ່​ໄດ້​ນຳ​ອອກ​ມາ​ໂດຍ​ສາດ​ສະ​ດາ​ໂຈເຊັບ ສະມິດ

ໂຈເຊັບ​ໄດ້​ແປ​ພາກ​ສ່ວນ​ໜຶ່ງ​ຂອງ​ແຜ່ນ​ຈາລຶກ​ຄຳ ທີ່​ທູດ​ໂມ​ໂຣ​ໄນ​ໄດ້​ມອບ​ໃຫ້​ເພິ່ນ, ຊຶ່ງ​ການ​ແປ​ນັ້ນ ໄດ້​ຖືກ​ຈັດ​ພິມ ໃນ​ປີ 1830 ເປັນ​ພຣະ​ຄຳ​ພີ​ມໍມອນ. ເພິ່ນ​ຍັງ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ ໃຫ້​ເຄົ້າ​ໂຄງ​ກ່ຽວ​ກັບ​ຄຳ​ສອນ​ຂັ້ນ​ພື້ນ​ຖານ ແລະ ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ. ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ເຫລົ່າ​ນີ້ ໄດ້​ຖືກ​ຮວບ​ຮວມ​ໄວ້​ໃນ​ໜັງ​ສື​ທີ່​ເອີ້ນ​ວ່າ ຄຳ​ສອນ ແລະ ພັນທະ​ສັນ​ຍາ. ເພິ່ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ນຳ​ໜັງ​ສື​ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ອອກ​ມາ, ຊຶ່ງ​ບັນ​ຈຸ​ການ​ແປ​ທີ່​ດົນ​ໃຈ​ຂອງ​ການ​ຂຽນ​ບາງ​ຢ່າງ​ຂອງ​ໂມເຊ, ອັບ​ຣາ​ຮາມ, ແລະ ມັດທາຍ, ຄັດ​ເລືອກ​ເອົາ​ມາ​ຈາກ​ປະຫວັດ ແລະ ປະຈັກ​ພະຍານ​ສ່ວນ​ຕົວ​ຂອງ​ເພິ່ນ, ແລະ ຂໍ້​ຄວາມ​ສິບ​ສາມ​ຂໍ້​ເລື່ອງ​ຄຳ​ສອນ ແລະ ຄວາມ​ເຊື່ອ​ຖື ທີ່​ສາດ​ສະ​ໜາ​ຈັກ​ຍຶດ​ໝັ້ນ.