ສິ່ງ​ຊ່ວຍ​ສຶກ​ສາ
ການ​ປ່ຽນ​ສະພາບ


ການ​ປ່ຽນ​ສະພາບ

ສະພາບ​ຂອງ​ຜູ້​ຄົນ​ທີ່​ປ່ຽນ​ແປງ​ຊົ່ວ​ໄລ​ຍະ​ໜຶ່ງ ໃນ​ການ​ປະກົດ​ຕົວ ແລະ ໃນ​ທຳ​ມະ​ຊາດ—ນັ້ນ​ຄື, ຖືກ​ຍົກ​ຂຶ້ນ​ສູງ​ກວ່າ​ທາງ​ລະ​ດັບ​ວິນ​ຍານ—​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ທົນ​ຕໍ່​ການ​ປະ​ທັບ​ຢູ່ ແລະ ລັດ​ສະ​ໝີ​ພາບ​ຂອງ​ບຸກ​ຄົນ​ຈາກ​ສະຫວັນ​ໄດ້.

ການ​ປ່ຽນ​ສະພາບ​ຂອງ​ພຣະ​ຄຣິດ

ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຮຸ່ງ​ເຫລື້ອມ ແລະ ປ່ຽນ​ສະພາບ ຢູ່​ຕໍ່​ໜ້າ​ເຂົາ​ເຈົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຄີຍ​ໄດ້​ສັນ​ຍາ​ວ່າ ເປໂຕ​ຈະ​ໄດ້​ຮັບ​ຂໍ​ກະແຈ​ຂອງ​ອາ​ນາ​ຈັກ​ສະຫວັນ (ມທ 16:13–19; 17:1–9; ມຣກ 9:2–10; ລກ 9:28–36; 2 ປຕ 1:16–18). ໃນ​ເຫດ​ການ​ທີ່​ສຳ​ຄັນ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໂມເຊ, ແລະ ອີລາຍ (ເອລີ​ຢາ) ໄດ້​ມອບ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ທີ່​ໄດ້​ສັນ​ຍາ​ໄວ້​ໃຫ້​ແກ່ ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ. ດ້ວຍ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ເຫລົ່າ​ນີ້, ອັກຄະ​ສາວົກ ໄດ້​ມີ​ອຳນາດ​ທີ່​ຈະ​ດຳ​ເນີນ​ວຽກ​ງານ​ຂອງ​ອາ​ນາ​ຈັກ​ຕໍ່​ໄປ ຫລັງ​ຈາກ​ການ​ສະ​ເດັດ​ຂຶ້ນ​ສະຫວັນ​ຂອງ​ພຣະ​ເຢຊູ.

ໂຈເຊັບ ສະມິດ ໄດ້​ສິດ​ສອນ​ວ່າ ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະພາບ, ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ ກໍ​ໄດ້​ປ່ຽນ​ສະພາບ​ເໝືອນ​ກັນ. ເຂົາ​ເຈົ້າ​ໄດ້​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ ຕາມ​ທີ່​ມັນ​ຈະ​ເປັນ ໃນ​ສະພາບ​ທີ່​ຮຸ່ງ​ເຫລື້ອມ​ຂອງ​ມັນ ໃນ​ອະ​ນາ​ຄົດ (ຄພ 63:20–21). ເຂົາ​ເຈົ້າ​ໄດ້​ເຫັນ​ໂມເຊ ແລະ ເອລີ​ຢາ, ຊຶ່ງ​ທັງ​ສອງ​ໄດ້​ປ່ຽນ​ສະພາບ​ແລ້ວ, ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ບິດາ. ພຣະ​ບິດາ​ໄດ້​ກ່າວ​ວ່າ, “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ເຮົາ​ພໍ​ໃຈ​ຫລາຍ; ຈົ່ງ​ຟັງ​ທ່ານ” (ມທ 17:5).

ຜູ້​ປ່ຽນ​ສະພາບ​ແລ້ວ