ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ


ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ

ການ​ຂຽນ​ທີ່​ສະ​ສົມ​ໄວ້​ຂອງ​ຊາວ​ເຮັບເຣີ ແລະ ຊາວ​ຄຣິດ​ສະ​ຕຽນ ຊຶ່ງ​ບັນ​ຈຸ​ການ​ເປີດ​ເຜີຍ​ຈາກ​ສະຫວັນ. ຄຳ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ໝາຍ​ເຖິງ “ໜັງ​ສື.” ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ວຽກ​ງານ​ຂອງ​ສາດ​ສະ​ດາ ແລະ ຜູ້​ຂຽນ​ຫລາຍ​ທ່ານ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ຊຶ່ງ​ກະ​ທຳ​ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ທີ່​ສັກ​ສິດ (2 ປຕ 1:21).

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ຊາວ​ຄຣິດ​ສະ​ຕຽນ​ມີ​ຢູ່​ສອງ​ພາກ, ຮູ້​ຈັກ​ກັນ​ດີ​ວ່າ​ພຣະ​ຄຳ​ພີ​ເດີມ ແລະ ພຣະ​ຄຳ​ພີ​ໃໝ່. ພຣະ​ຄຳ​ພີ​ເດີມ​ປະກອບ​ດ້ວຍ​ໜັງ​ສື​ພຣະ​ຄຳ​ພີ​ທີ່​ໃຊ້​ກັນ​ໃນ​ບັນ​ດາ​ຊາວ​ຢິວ​ຂອງ​ຟີລິດ​ສະຕິນ ລະຫວ່າງ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະຕະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຄຳ​ພີ​ໃໝ່​ບັນ​ຈຸ​ການ​ຂຽນ​ໃນ​ຍຸກ​ສະ​ໄໝ​ຂອງ​ອັກຄະ​ສາວົກ ແລະ ຖື​ວ່າ​ມີ​ຄວາມ​ສັກ​ສິດ ແລະ ສິດ​ອຳນາດ​ດຽວ​ກັນ​ກັບ​ພຣະ​ຄຳ​ພີ​ຂອງ​ຊາວ​ຢິວ. ໜັງ​ສື​ພາກ​ຕ່າງໆ​ຂອງ​ພຣະ​ຄຳ​ພີ​ເດີມ​ໄດ້​ເອົາ​ມາ​ຈາກ​ວັນ​ນະ​ຄະ​ດີ​ຂອງ​ຊາດ ຊຶ່ງ​ຄວບ​ຄຸມ​ຫລາຍ​ສັດ​ຕະ​ວັດ ແລະ ຖືກ​ຂຽນ​ໄວ້​ໃນ​ພາ​ສາ​ເຮັບເຣີ​ເກືອບ​ທັງ​ໝົດ, ໃນ​ຂະນະ​ທີ່​ໜັງ​ສື​ພາກ​ຕ່າງໆ​ຂອງ​ພຣະ​ຄຳ​ພີ​ໃໝ່​ເປັນ​ວຽກ​ງານ​ຂອງ​ຄົນ​ລຸ້ນ​ດຽວ​ກັນ ແລະ ສ່ວນ​ໃຫຍ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ພາ​ສາ​ກຣີກ.

ໃນ​ພຣະ​ຄຳ​ພີ​ເດີມ ຄຳ​ວ່າ ພຣະ​ຄຳ​ພີ ໃນ​ພາ​ສາ​ເຮັບເຣີ​ແປ​ວ່າ “ພັນທະ​ສັນ​ຍາ.” ພັນທະ​ສັນ​ຍາ​ເດີມ​ຄື​ກົດ​ທີ່​ໄດ້​ປະທານ​ໃຫ້​ແກ່​ໂມເຊ ເມື່ອ​ຊາວ​ອິດສະ​ຣາເອນ​ປະ​ຕິ​ເສດ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ຊຶ່ງ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ມີ​ຢູ່ ຕັ້ງ​ແຕ່​ຕົ້ນ​ຂອງ​ຄວາມ​ເປັນ​ມະຕະ. ພັນທະ​ສັນ​ຍາ​ໃໝ່​ຄື​ພຣະ​ກິດ​ຕິ​ຄຸນ​ທີ່​ພຣະ​ເຢຊູ​ຄຣິດ​ໄດ້​ສິດ​ສອນ​ໄວ້.

ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ຊາວ​ເຮັບເຣີ (ພຣະ​ຄຳ​ພີ​ເດີມ) ໜັງ​ສື​ຕ່າງໆ​ໄດ້​ຖືກ​ແຍກ​ອອກ​ເປັນ​ສາມ​ໝວດ: ກົດ, ສາດ​ສະ​ດາ, ແລະ ການ​ຂຽນ. ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ​ທີ່​ໂລກ​ຂອງ​ຊາວ​ຄຣິດ​ສະ​ຕຽນ​ໃຊ້ ໄດ້​ແຍກ​ໜັງ​ສື​ຕ່າງໆ​ຕາມ​ເນື້ອ​ເລື່ອງ, ດັ່ງ​ເຊັ່ນ ທາງ​ປະຫວັດ​ສາດ, ບົດ​ກະວີ, ແລະ ການ​ທຳ​ນາຍ.

ໜັງ​ສື​ຕ່າງໆ​ຂອງ​ພາກ​ພຣະ​ຄຳ​ພີ​ໃໝ່ ຖືກ​ຮຽບ​ຮຽງ​ໄວ້​ດັ່ງ​ນີ້: ພຣະ​ກິດ​ຕິ​ຄຸນ​ສີ່​ເຫລັ້ມ ແລະ ກິດ​ຈະ​ການ; ສານ​ຂອງ​ໂປໂລ; ສານ​ທົ່ວ​ໄປ​ຂອງ​ຢາ​ໂກ​ໂບ, ເປໂຕ, ໂຢຮັນ, ແລະ ຢູ​ດາ; ແລະ ພຣະ​ນິມິດ​ຂອງ​ໂຢຮັນ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄາ​ລະວະ ແລະ ນັບ​ຖື​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ຢືນ​ຢັນ​ອີກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ດຳ​ເນີນ​ການ​ເປີດ​ເຜີຍ​ເພີ່ມ​ເຕີມ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ໃນ​ຍຸກ​ສຸດ​ທ້າຍ ຊຶ່ງ​ສະ​ໜັບ​ສະ​ໜູນ ແລະ ຢືນ​ຢັນ​ຄວາມ​ຖືກ​ຕ້ອງ​ຂອງ​ເລື່ອງ​ລາວ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ກ່ຽວ​ກັບ​ການ​ຕິດ​ຕໍ່​ຂອງ​ພຣະ​ເຈົ້າ​ກັບ​ມະນຸດ​ຊາດ.