ສິ່ງ​ຊ່ວຍ​ສຶກ​ສາ
ໂຢເຊັບ​ແຫ່ງ​ອາຣີ​ມາທາຍ


ໂຢເຊັບ​ແຫ່ງ​ອາຣີ​ມາທາຍ

ໂຢເຊັບ​ແຫ່ງ​ອາຣີ​ມາທາຍ​ເປັນ​ສະມາ​ຊິກ​ຄົນ​ໜຶ່ງ​ຢູ່​ໃນ​ສານ​ເຮດຣິນ, ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ແລະ ເປັນ​ຊາວ​ອິດສະ​ຣາເອນ​ທີ່​ຮັ່ງ​ມີ ແລະ ຊື່​ສັດ ຜູ້​ບໍ່​ໄດ້​ມີ​ສ່ວນ​ໃນ​ການ​ປະນາມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ. ຫລັງ​ຈາກ​ການ​ຄຶງ, ໂຢເຊັບ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ເອົາ​ຜ້າ​ລີນິນ​ທີ່​ຂາວ​ສະອາດ​ມາ​ຫໍ່​ພຣະ​ສົບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເອົາ​ໄປ​ຝັງ​ໄວ້​ໃນ​ອຸບ​ມຸງ​ຂອງ​ໂຢເຊັບ​ເອງ (ມທ 27:57–60; ມຣກ 15:43–46; ລກ 23:50–53; ຢຮ 19:38–42).