ສິ່ງ​ຊ່ວຍ​ສຶກ​ສາ
ມະຫັດ​ສະຈັນ, ການ​ມະຫັດ​ສະຈັນ


ມະຫັດ​ສະຈັນ, ການ​ມະຫັດ​ສະຈັນ

ເຫດ​ການ​ພິ​ເສດ​ທີ່​ເກີດ​ຂຶ້ນ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ. ສິ່ງ​ມະຫັດ​ສະຈັນ​ເປັນ​ສ່ວນ​ປະກອບ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ຂອງ​ພຣະ​ເຢຊູ​ຄຣິດ. ມັນ​ລວມ​ທັງ​ການ​ປິ່ນ​ປົວ, ການ​ນຳ​ຄົນ​ຕາຍ​ຄືນ​ມາ​ມີ​ຊີ​ວິດ​ອີກ, ແລະ ການ​ຟື້ນ​ຄືນ​ຊີ​ວິດ. ສິ່ງ​ມະຫັດ​ສະຈັນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ສັດທາ​ເປັນ​ສິ່ງ​ຈຳ​ເປັນ​ຫລາຍ ກ່ອນ​ສິ່ງ​ມະຫັດ​ສະຈັນ​ຈະ​ສະແດງ​ໃຫ້​ປະຈັກ (ມຣກ 6:5–6; ມມ 9:10–20; ອທ 12:12).