ສິ່ງ​ຊ່ວຍ​ສຶກ​ສາ
ຢາເຣັດ, ນ້ອງ​ຊາຍ​ຂອງ


ຢາເຣັດ, ນ້ອງ​ຊາຍ​ຂອງ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍມອນ. ເພິ່ນ​ກັບ​ອ້າຍ​ຂອງ​ເພິ່ນ​ໄດ້​ສ້າງ​ຕັ້ງ​ປະ​ຊາ​ຊາດ​ຢາເຣັດ ເມື່ອ​ເຂົາ​ເຈົ້າ​ໄດ້​ນຳ​ພາ​ຜູ້​ຄົນ​ອອກ​ໄປ​ຈາກ​ຫໍ​ບາ​ເບນ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ໃນ​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ (ອທ 1–6). ເພິ່ນ​ເປັນ​ຊາຍ​ທີ່​ມີ​ສັດທາ​ອັນ​ຍິ່ງ​ໃຫຍ່ ຈົນ​ວ່າ​ເພິ່ນ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໜ້າ​ຕໍ່​ໜ້າ (ຄພ 17:1). ເລື່ອງ​ລາວ​ຂອງ​ພຣະ​ອົງ​ໄດ້​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ​ໜັງ​ສື​ອີເທີ.