ສິ່ງ​ຊ່ວຍ​ສຶກ​ສາ
ວັນ​ຊະ​ບາ​ໂຕ


ວັນ​ຊະ​ບາ​ໂຕ

ວັນ​ສັກ​ສິດ​ທີ່​ຈັດ​ຕັ້ງ​ໄວ້​ແຕ່​ລະ​ອາ​ທິດ​ເພື່ອ​ໃຫ້​ພັກ​ຜ່ອນ ແລະ ນະມັດ​ສະການ. ຫລັງ​ຈາກ​ພຣະ​ເຈົ້າ​ໄດ້​ເນ​ລະ​ມິດ​ສ້າງ​ທຸກ​ສິ່ງ​ທັງ​ປວງ, ພຣະ​ອົງ​ໄດ້​ພັກ​ຜ່ອນ​ໃນ​ມື້​ທີ​ເຈັດ ແລະ ໄດ້​ບັນ​ຊາ​ວ່າ ໃຫ້​ຈັດ​ມື້​ໜຶ່ງ​ໃນ​ອາ​ທິດ​ໄວ້ ເປັນ​ວັນ​ພັກ​ຜ່ອນ ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ລະ​ນຶກ​ເຖິງ​ພຣະ​ອົງ (ອພຍ 20:8–11).

ກ່ອນ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ວັນ​ໜຶ່ງ​ໃນ​ທ້າຍ​ອາ​ທິດ​ໄວ້​ເປັນ​ວັນ​ຊະ​ບາ​ໂຕ, ເຊັ່ນ​ດຽວ​ກັບ​ຊາວ​ຢິວ​ໄດ້​ເຮັດ. ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ບໍ່​ວ່າ​ຊາວ​ຢິວ ຫລື ຄົນ​ຕ່າງ​ຊາດ, ໄດ້​ຈັດ​ມື້​ທຳ​ອິດ​ຂອງ​ອາ​ທິດ​ເປັນ (ວັນ​ພຣະ​ຜູ້​ເປັນ​ເຈົ້າ) ເພື່ອ​ລະ​ນຶກ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທຸກ​ວັນ​ນີ້ ສາດ​ສະ​ໜາ​ຈັກ ໄດ້​ສືບ​ຕໍ່​ຈັດ​ມື້​ໜຶ່ງ​ໃນ​ອາ​ທິດ ເປັນ​ວັນ​ຊະ​ບາ​ໂຕ​ທີ່​ສັກ​ສິດ ຊຶ່ງ​ໃນ​ວັນ​ນັ້ນ ເພື່ອ​ຈະ​ໄດ້​ນະມັດ​ສະການ​ພຣະ​ເຈົ້າ ແລະ ພັກ​ຜ່ອນ​ຈາກ​ວຽກ​ງານ​ຂອງ​ໂລກ.

ວັນ​ຊະ​ບາ​ໂຕ​ເຕືອນ​ຜູ້​ຄົນ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ເຂົາ​ສຳ​ລັບ​ການ​ບຳ​ລຸງ​ລ້ຽງ​ທາງ​ວິນ​ຍານ ແລະ ເຖິງ​ໜ້າ​ທີ່​ຂອງ​ເຂົາ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ເຈົ້າ. ເມື່ອ​ປະ​ຊາ​ຊົນ​ເລີ່ມ​ບໍ່​ເອົາ​ໃຈ​ໃສ່​ໃນ​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ, ທຸກ​ມຸມ​ຂອງ​ຊີ​ວິດ ຈະ​ຖືກ​ກະ​ທົບ​ກະ​ເທືອນ ແລະ ຊີ​ວິດ​ທາງ​ສາດ​ສະ​ໜາ​ຈະ​ເສື່ອມ​ໂຊມ (ນມຢ 13:15–18; ຢມຢ 17:21–27).