ສິ່ງ​ຊ່ວຍ​ສຶກ​ສາ
ຢູດາ (ລູກ​ຊາຍ​ຂອງ​ຢາໂຄບ)


ຢູດາ (ລູກ​ຊາຍ​ຂອງ​ຢາໂຄບ)

ໃນ​ພຣະ​ຄຳ​ພີ​ເດີມ, ເປັນ​ລູກ​ຊາຍ​ຄົນ​ທີ​ສີ່​ຂອງ​ຢາໂຄບ​ກັບ​ນາງ​ເລອາ (ປຖກ 29:35; 37:26–27; 43:3, 8; 44:16; 49:8). ຢາໂຄບ​ໄດ້​ອວຍ​ພອນ​ຢູດາ​ວ່າ​ລາວ​ຈະ​ເປັນ​ຜູ້​ນຳ​ໂດຍ​ທຳ​ມະ​ຊາດ ໃນ​ທ່າມ​ກາງ​ພວກ​ລູກ​ຊາຍ​ຂອງ​ຢາໂຄບ ແລະ ວ່າ​ຊີໂລ (ພຣະ​ເຢຊູ​ຄຣິດ) ຈະ​ເປັນ​ລູກ​ຫລານ​ຂອງ​ລາວ (ປຖກ 49:10).

ເຜົ່າ​ຂອງ​ຢູດາ

ເຜົ່າ​ຂອງ​ຢູດາ​ໄດ້​ເປັນ​ຜູ້​ນຳ​ຫລັງ​ຈາກ​ທີ່​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ກາ​ນາ​ອານ. ຄູ່​ແຂ່ງ​ຂອງ​ເຜົ່າ​ນີ້​ແມ່ນ​ເຜົ່າ ເອຟະ​ຣາອີມ. ໂມເຊ​ໄດ້​ອວຍ​ພອນ​ເຜົ່າ​ຂອງ​ຢູດາ (ພບຍ 33:7). ຫລັງ​ຈາກ​ການ​ປົກຄອງ​ຂອງ​ໂຊ​ໂລ​ໂມນ, ເຜົ່າ​ຂອງ​ຢູດາ​ໄດ້​ກາຍ​ເປັນ​ອາ​ນາ​ຈັກ​ຂອງ​ຢູດາ.

ອາ​ນາ​ຈັກ​ຂອງ​ຢູດາ

ໃນ​ການ​ປົກ​ຄອງ​ຂອງ​ເຣໂຮ​ໂບອາມ ອາ​ນາ​ເຂດ​ຂອງ​ໂຊ​ໂລ​ໂມນ​ໄດ້​ຖືກ​ແຍກ​ອອກ​ເປັນ​ສອງ​ອາ​ນາ​ຈັກ, ສ່ວນ​ໃຫຍ່​ເປັນ​ເພາະ​ຄວາມ​ອິດ​ສາ​ລະຫວ່າງ​ເຜົ່າ​ຂອງ​ເອຟະ​ຣາອີມ ແລະ ຢູ​ດາ. ອາ​ນາ​ຈັກ​ພາກ​ໃຕ້, ຫລື ອາ​ນາ​ຈັກ​ຢູ​ດາ, ລວມ​ທັງ​ເຜົ່າ​ຂອງ​ຢູ​ດາ ແລະ ພາກ​ສ່ວນ​ໃຫຍ່​ຂອງ​ເບັນ​ຢາ​ມິນ. ເຢຣູ​ຊາເລັມ​ໄດ້​ເປັນ​ຕົວ​ເມືອງ​ໃຫຍ່​ຂອງ​ມັນ. ສ່ວນ​ຫລາຍ​ຜູ້​ຄົນ​ກໍ​ຊື່​ສັດ​ໃນ​ການ​ນະມັດ​ສະການ​ພຣະ​ເຢ​ໂຮ​ວາ ຫລາຍ​ກວ່າ​ອາ​ນາ​ຈັກ​ພາກ​ເໜືອ. ຢູ​ດາ​ບໍ່​ໄດ້​ຖືກ​ໂຈມ​ຕີ​ຈາກ​ອາ​ນາ​ຈັກ​ທາງ​ພາກ​ເໜືອ ແລະ ທາງ​ພາກ​ຕາ​ເວັນ​ອອກ, ແລະ ອຳນາດ​ສູງ​ສຸດ​ຢູ່​ໃນ​ຄອບ​ຄົວ​ຂອງ​ດາວິດ ຈົນ​ກວ່າ​ຖືກ​ຊາວ​ບາ​ບີ​ໂລນ​ຈັບ​ໄປ​ເປັນ​ຊະ​ເລີຍ. ອາ​ນາ​ຈັກ​ຂອງ​ຢູ​ດາ​ໄດ້​ພະ​ຍາ​ຍາມ​ຄົງ​ຢູ່​ຈົນ​ເຖິງ 135 ປີ ຫລັງ​ຈາກ​ອາ​ນາ​ຈັກ​ແຫ່ງ​ອິດສະ​ຣາເອນ​ທີ່​ໂດ່ງ​ດັງ ແລະ ມີ​ອຳນາດ​ກວ່າ​ໄດ້​ຕົກ​ໄປ.

ກິ່ງ​ງ່າ​ຂອງ​ຢູດາ

ນີ້​ໝາຍ​ເຖິງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ວ່າ​ເປັນ​ບັນ​ທຶກ​ຂອງ​ເຊື້ອ​ສາຍ​ຂອງ​ຢູດາ (ອຊກ 37:15–19). ໃນ​ຍຸກ​ສຸດ​ທ້າຍ, ເມື່ອ​ກິ່ງ​ງ່າ​ຕ່າງໆ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ມາ​ເຕົ້າ​ໂຮມ​ກັນ, ບັນ​ທຶກ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ຖືກ​ເຕົ້າ​ໂຮມ​ເຂົ້າ​ກັນ​ຄື​ກັນ. ບັນ​ທຶກ​ທີ່​ເປັນ​ພຣະ​ຄຳ​ພີ​ເຫລົ່າ​ນີ້​ສົ່ງ​ເສີມ​ກັນ​ແລະ​ກັນ ແລະ ປະກອບ​ເຂົ້າ​ກັນ​ເປັນ​ປະຈັກ​ພະຍານ​ວ່າ ພຣະ​ເຢຊູ​ຄື​ພຣະ​ຄຣິດ, ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ ແລະ ພຣະ​ເຈົ້າ​ຂອງ​ແຜ່ນ​ດິນ​ໂລກ (ປຈສ, ປຖກ 50:24–36 [ພາກ​ຫ້ອຍ​ທ້າຍ]; 2 ນຟ 3; 29).