ສິ່ງ​ຊ່ວຍ​ສຶກ​ສາ
ມາໂກກ


ມາໂກກ

ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ແຜ່ນ​ດິນ ແລະ ຜູ້​ຄົນ​ໃກ້​ທະເລ​ດຳ. ກະສັດ​ຂອງ​ເຂົາ​ເຈົ້າ, ໂກກ, ຈະ​ນຳ​ພາ​ກອງ​ທັບ​ມາໂກກ​ໄປ​ສູ້​ຮົບ​ຄັ້ງ​ສຸດ​ທ້າຍ ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຄຣິດ (ອຊກ 38:2; 39:6). ພຣະ​ຄຳ​ພີ​ກ່າວ​ເຖິງ​ການ​ສູ້​ຮົບ​ອີກ​ຄັ້ງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ຂອງ​ໂກກ ແລະ ມາໂກກ ໃນ​ທ້າຍ​ພັນ​ປີ ລະຫວ່າງ​ກອງ​ທັບ​ຂອງ​ພຣະ​ເຈົ້າ ແລະ ກອງ​ທັບ​ຂອງ​ມານ (ພນມ 20:7–9; ຄພ 88:111–116).