ສິ່ງ​ຊ່ວຍ​ສຶກ​ສາ
ສາບ​ແຊ່ງ, ຄຳ​ສາບ​ແຊ່ງ


ສາບ​ແຊ່ງ, ຄຳ​ສາບ​ແຊ່ງ

ໃນ​ພຣະ​ຄຳ​ພີ, ຄຳ​ສາບ​ແຊ່ງ​ໄດ້​ຖືກ​ນຳ​ເອົາ​ມາ​ໃຊ້​ຢູ່​ໃນ​ກົດ​ແຫ່ງ​ສະຫວັນ ເພື່ອ​ອະ​ນຸ​ຍາດ ຫລື ນຳ​ການ​ພິ​ພາກ​ສາ ແລະ ຜົນ​ສະ​ທ້ອນ​ມາ​ໃຫ້​ບາງ​ສິ່ງ, ບາງ​ຄົນ, ແລະ ຜູ້​ຄົນ​ໂດຍ​ສະ​ເພາະ ເນື່ອງ​ດ້ວຍ​ຄວາມ​ບໍ່​ຊອບ​ທຳ. ຄຳ​ສາບ​ແຊ່ງ​ເປັນ​ການ​ສະແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ. ມັນ​ອາດ​ຈະ​ຖືກ​ດຳ​ເນີນ​ການ​ໂດຍ​ພຣະ​ເຈົ້າ​ໂດຍ​ກົງ ຫລື ປະ​ກາດ​ໂດຍ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະ​ອົງ. ບາງ​ເທື່ອ, ເຫດ​ຜົນ​ແທ້ໆ​ສຳ​ລັບ​ຄຳ​ສາບ​ແຊ່ງ​ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ. ນອກ​ເໜືອ​ຈາກ​ນັ້ນ, ສະພາບ​ຢູ່​ໃນ​ການ​ສາບ​ແຊ່ງ​ຕົກ​ຢູ່​ທີ່​ຜູ້​ຕັ້ງ​ໃຈ​ບໍ່​ເຊື່ອ​ຟັງ​ພຣະ​ເຈົ້າ ແລະ ແຍກ​ຕົນ​ເອງ​ອອກ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​ອາດ​ເອົາ​ຄຳ​ສາບ​ແຊ່ງ​ໄປ ເພາະ​ສັດທາ​ຂອງ​ບຸກ​ຄົນ ຫລື ຜູ້​ຄົນ​ໃນ​ພຣະ​ເຢຊູ​ຄຣິດ ແລະ ການ​ເຊື່ອ​ຟັງ​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ (ແອວ 23:16–18; 3 ນຟ 2:14–16; ຫຼຊ 1:3).

ຄຳ​ຫຍາບ​ຄາຍ

ການ​ສາບ​ແຊ່ງ​ກໍ​ຍັງ​ໃຊ້​ພາສາ​ທີ່​ຫຍາບ​ຄາຍ, ໝິ່ນ​ປະໝາດ, ຫລື ດູ​ຖູກ.