ສິ່ງ​ຊ່ວຍ​ສຶກ​ສາ
ສາດ​ສະ​ດາ​ຍິງ


ສາດ​ສະ​ດາ​ຍິງ

ຜູ້​ຍິງ​ທີ່​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ ແລະ ຊື່ນ​ຊົມ​ກັບ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ. ສາດ​ສະ​ດາ​ຍິງ​ບໍ່​ມີ​ຖານະ​ປະ​ໂລ​ຫິດ ຫລື ຂໍ​ກະແຈ​ຂອງ​ມັນ. ເຖິງ​ແມ່ນ​ວ່າ ມີ​ພຽງ​ແຕ່​ຜູ້​ຍິງ​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ຖືກ​ເອີ້ນ​ວ່າ​ສາດ​ສະ​ດາ​ຍິງ, ແຕ່​ມີ​ຫລາຍ​ຄົນ​ທຳ​ນາຍ, ດັ່ງ​ເຊັ່ນ ເຣ​ເບ​ກາ, ຮັນນາ, ເອລີ​ຊາເບັດ, ແລະ ມາຣີ.