ສິ່ງ​ຊ່ວຍ​ສຶກ​ສາ
ດານ


ດານ

ໃນ​ພຣະ​ຄຳ​ພີ​ເດີມ, ບຸດ​ຂອງ​ຢາໂຄບ ແລະ ນາງ​ບິນຮາ, ເອື້ອຍ​ລ້ຽງ​ຂອງນາງ​ລາເຊັນ (ປຖກ 30:5–6)

ເຜົ່າ​ຂອງ​ດານ

ສຳລັບ​ພອນ​ຂອງ​ຢາໂຄບ​ກ່ຽວ​ກັບ​ດານ, ເບິ່ງ ປຖກ 49:16–18. ສຳລັບ​ພອນ​ຂອງ​ໂມເຊ​ກ່ຽວ​ກັບ​ເຜົ່າ​ຂອງ​ດານ, ເບິ່ງ ພບຍ 33:22. ຫລັງ​ຈາກ​ພວກ​ເຂົາ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ກາ​ນາ​ອານ​ແລ້ວ, ເຜົ່າ​ຂອງ​ດານ​ໄດ້​ຮັບ​ແຜ່ນ​ດິນ​ສ່ວນ​ນ້ອຍ​ໜຶ່ງ​ແຕ່​ອຸ​ດົມ​ສົມ​ບູນ​ຫລາຍ (ຢຊ 19:40–48). ເຂົາ​ເຈົ້າ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ທີ່​ຈະ​ປົກ​ປ້ອງ​ມັນ​ຈາກ​ຊາວ​ອາໂມ (ຜປ 1:34) ແລະ ຈາກ​ຊາວຟີລິດ​ສະຕິນ (ຜປ 13:2, 25; 18:1). ຜົນ​ກໍ​ຄື, ຊາວ​ດານ​ໄດ້​ຍ້າຍ​ຂຶ້ນ​ໄປ​ທາງ​ເໜືອ​ຂອງ​ຟີລິດ​ສະຕິນ (ຜປ 18), ອ້ອມ​ເມືອງ​ລາອິດ, ແລະ ຕັ້ງຊື່​ເມືອງ​ນີ້ວ່າ ດານ. ເມືອງ​ນີ້​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ຢູ່​ໃນ​ຂອບ​ເຂດ​ຂອງ​ຟີລິດ​ສະຕິນ, ຊຶ່ງຕໍ່​ອອກ​ໄປ “ຈາກ​ເມືອງ​ດານ​ເຖິງ​ເມືອງ​ເບເອນ​ເຊບາ.”