ສິ່ງ​ຊ່ວຍ​ສຶກ​ສາ
ເມືອງ​ນາວູ, ລັດ​ອິ​ລິ​ນອຍ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ)


ເມືອງ​ນາວູ, ລັດ​ອິ​ລິ​ນອຍ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ)

ເມືອງ​ໜຶ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃນ​ປີ 1839 ໃນ​ລັດ​ອິ​ລິ​ນອຍ. ມັນ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ມິດຊີ​ຊິບປີ, ເກືອບ​ເປັນ​ໄລ​ຍະ​ຍາວ​ເຖິງ​ສອງ​ຮ້ອຍ​ໄມ (320 ກິ​ໂລ​ແມັດ) ເລີຍ​ແມ່​ນ້ຳ​ຂຶ້ນ​ໄປ ຈາກ​ເມືອງ​ເຊັ້ນຫລຸຍ.

ເພາະ​ການ​ຂົ່ມ​ເຫັງ​ຢູ່​ໃນ​ລັດ​ມີ​ເຊີຣີ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ໄດ້​ຍ້າຍ​ຂຶ້ນ​ໄປ​ທາງ​ພາກ​ເໜືອ​ທີ່​ໄກ​ປະ​ມານ​ສອງ​ຮ້ອຍ​ໄມ, ຂ້າມ​ແມ່​ນ້ຳ​ມິດ​ຊີ​ຊິບ​ປີ, ແລະ ເຂົ້າ​ໄປ​ຫາ​ລັດ​ອິ​ລິ​ນອຍ, ບ່ອນ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ສະພາບ​ທີ່​ໜ້າ​ພໍ​ໃຈ. ໃນ​ທີ່​ສຸດ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ຊື້​ທີ່​ດິນ​ທີ່​ຍັງ​ບໍ່​ໄດ້​ພັດ​ທະ​ນາ​ຂອງ​ເມືອງ​ຄອມເມີສ. ທີ່​ດິນ​ຕອນ​ນີ້​ແທ້​ຈິງ​ແລ້ວ​ເປັນ​ບຶງ ແລະ ມີ​ອາ​ຄານ​ຕັ້ງ​ຢູ່​ສອງ​ສາມ​ບ່ອນ. ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ດູດ​ນ້ຳ​ອອກ​ຈາກ​ບຶງ ແລະ ໄດ້​ສ້າງ​ເຮືອນ​ຂຶ້ນ. ໂຈເຊັບ ສະມິດ ໄດ້​ຍ້າຍ​ຄອບ​ຄົວ​ຂອງ​ເພິ່ນ​ໄປ​ຢູ່​ໃນ​ເຮືອນ​ນ້ອຍ​ທີ່​ເຮັດ​ດ້ວຍ​ໄມ້​ທ່ອນ. ຊື່​ຂອງ​ເມືອງ​ຄອມ​ເມີສ​ໄດ້​ປ່ຽນ​ເປັນ​ເມືອງ​ນາວູ, ຕາມ​ພາ​ສາ​ເຮັບເຣີ ສຳ​ລັບ​ຄຳ​ວ່າ “ສວຍ​ງາມ.”

ຫລາຍ​ພາກ​ໃນ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນທະ​ສັນ​ຍາ ໄດ້​ຖືກ​ຂຽນ​ຢູ່​ໃນ​ເມືອງ​ນາວູ (ຄພ 124–129; 132; 135). ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ສັ່ງ​ໃຫ້​ສ້າງ​ພຣະ​ວິຫານ​ຢູ່​ໃນ​ເມືອງ​ນາວູ (ຄພ 124:26–27). ເຂົາ​ເຈົ້າ​ໄດ້​ສ້າງ​ພຣະ​ວິຫານ ແລະ ໄດ້​ຈັດ​ຕັ້ງ​ສະເຕກ​ຂອງ​ຊີໂອນ​ຂຶ້ນ ກ່ອນ​ເຂົາ​ເຈົ້າ​ຖືກ​ຂັບ​ໄລ່​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ປີ 1846. ເພາະ​ການ​ຂົ່ມ​ເຫັງ​ນີ້, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ໄດ້​ໜີ​ຈາກ​ເຂດ​ນີ້ ແລະ ໄດ້​ເດີນ​ທາງ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ.