ສິ່ງ​ຊ່ວຍ​ສຶກ​ສາ
ເລວີ


ເລວີ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຄົນ​ທີ​ສາມ​ຂອງ​ຢາໂຄບ ແລະ ເລອາ (ປຖກ 29:34; 35:23). ເລວີ​ໄດ້​ກາຍ​ເປັນ​ບິດາ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະ​ຣາເອນ.

ເຜົ່າ​ຂອງ​ເລວີ

ຢາໂຄບ​ໄດ້​ອວຍ​ພອນ​ເລວີ ແລະ ລູກ​ຫລານ​ຂອງ​ລາວ (ປຖກ 49:5–7, 28). ລູກ​ຫລານ​ຂອງ​ເລວີ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຕຶກ​ນະມັດ​ສະການ​ຂອງ​ອິດສະ​ຣາເອນ (ຈບຊ 1:47–54). ອາໂຣນ​ເປັນ​ຊາວ​ເລວີ, ແລະ ລູກ​ຫລານ​ຂອງ​ລາວ​ກໍ​ເປັນ​ປະ​ໂລ​ຫິດ (ອພຍ 6:16–20; 28:1–4; 29). ຊາວ​ເລວີ​ໄດ້​ຮັບ​ໃຊ້​ປະ​ໂລ​ຫິດ, ລູກ​ຫລານ​ຂອງ​ອາໂຣນ (ຈບຊ 3:5–10; 1 ກສ 8:4). ບາງ​ເທື່ອ​ພວກ​ເຂົາ​ໄດ້​ເປັນ​ຄົນ​ຫລິ້ນ​ດົນ​ຕີ (1 ຂຄ 15:16; ນມຢ 11:22); ໄດ້​ຂ້າ​ສັດ​ຖວາຍ (2 ຂຄ 29:34; ອຊຣ 6:20); ແລະ ໂດຍ​ທົ່ວ​ໄປ​ແລ້ວ ໄດ້​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິຫານ (ນມຢ 11:16). ຊາວ​ເລວີ​ໄດ້​ອຸທິດ​ຕົນ​ເພື່ອ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ດຳ​ເນີນ​ພິ​ທີ​ການ​ໃຫ້​ແກ່​ລູກ​ຫລານ​ຂອງ​ອິດສະ​ຣາເອນ. ຊາວ​ເລວີ​ເອງ​ກໍ​ໄດ້​ຖວາຍ​ເພື່ອ​ລູກ​ຫລານ​ຂອງ​ອິດສະ​ຣາເອນ (ຈບຊ 8:11–22); ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ເປັນ​ກຳ​ມະ​ສິດ​ພິ​ເສດ​ຂອງ​ພຣະ​ເຈົ້າ, ຖືກ​ມອບ​ໃຫ້​ພຣະ​ອົງ​ແທນ​ການ​ເປັນ​ລູກ​ຫົວ​ປີ (ຈບຊ 8:16). ພວກ​ເຂົາ​ບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ ແຕ່​ໄດ້​ຖືກ​ເຮັດ​ໃຫ້​ສະອາດ​ສຳ​ລັບ​ໜ້າ​ທີ່​ຂອງ​ພວກ​ເຂົາ (ຈບຊ 8:7–16). ພວກ​ເຂົາ​ບໍ່​ມີ​ແຜ່ນ​ດິນ​ເປັນ​ມູນ​ມໍ​ລະ​ດົກ ໃນ​ກາ​ນາ​ອານ (ຈບຊ 18:23–24), ແຕ່​ພວກ​ເຂົາ​ໄດ້​ຮັບ​ສ່ວນ​ສິບ (ຈບຊ 18:21), ສີ່​ສິບ​ແປດ​ເມືອງ (ຈບຊ 35:6), ແລະ ສິດ​ທີ່​ຈະ​ຮັບ​ການ​ໃຫ້​ທານ​ຈາກ​ຜູ້​ຄົນ​ໃນ​ເວລາ​ມີ​ງານ (ພບຍ 12:18–19; 14:27–29).