ສິ່ງ​ຊ່ວຍ​ສຶກ​ສາ
ມັດທາຍ


ມັດທາຍ

ອັກຄະ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະ​ເຢຊູ​ຄຣິດ ແລະ ຜູ້​ຂຽນ​ໜັງ​ສື​ເຫລັ້ມ​ທຳ​ອິດ​ໃນ​ພຣະ​ຄຳ​ພີ​ໃໝ່. ມັດທາຍ, ຊາວ​ຢິວ​ຜູ້​ເປັນ​ຄົນ​ເກັບ​ພາ​ສີ​ໃຫ້​ຊາວ​ໂຣມ​ທີ່​ເມືອງ​ກາເປ​ນາອູມ, ບາງ​ທີ ເຄີຍ​ໄດ້​ຮັບ​ໃຊ້​ເຮໂຣດ ອັນຕິປາ. ກ່ອນ​ລາວ​ປ່ຽນ​ໃຈ​ເຫລື້ອມ​ໃສ ລາວ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ເລວີ, ລູກ​ຊາຍ​ຂອງ​ອາລະ​ຟາຍ (ມຣກ 2:14). ບໍ່​ດົນ​ຫລັງ​ຈາກ​ການ​ເອີ້ນ​ຂອງ​ລາວ​ໃຫ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ, ລາວ​ໄດ້​ຈັດ​ງານ​ລ້ຽງ​ຂຶ້ນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໄດ້​ຢູ່​ທີ່​ນັ້ນ​ດ້ວຍ (ມທ 9:9–13; ມຣກ 2:14–17; ລກ 5:27–32). ບາງ​ທີ​ມັດທາຍ​ອາດ​ມີ​ຄວາມ​ຮູ້​ອັນ​ກວ້າງ​ໄກ​ກ່ຽວ​ກັບ​ຂໍ້​ຄວາມ​ໃນ​ພຣະ​ຄຳ​ພີ​ເດີມ ແລະ ສາ​ມາດ​ເຫັນ​ຫລາຍ​ສິ່ງ​ທີ່​ເກີດ​ເປັນ​ຈິງ​ຕາມ​ການ​ທຳ​ນາຍ​ໄວ້​ກ່ຽວ​ກັບ​ຊີ​ວິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ມີ​ການ​ບອກ​ເລົ່າ​ຫລາຍ​ກ່ຽວ​ກັບ​ຊີ​ວິດ​ໃນ​ບັ້ນ​ທ້າຍ​ຂອງ​ອັກຄະ​ສາວົກ. ຕາມ​ທີ່​ບອກ​ເລົ່າ​ກັນ​ມາ ລາວ​ໄດ້​ຕາຍ​ຍ້ອນ​ຄວາມ​ເຊື່ອ.

ພຣະ​ທຳ​ມັດທາຍ

ໜັງ​ສື​ເຫລັ້ມ​ທຳ​ອິດ​ໃນ​ພຣະ​ຄຳ​ພີ​ໃໝ່. ບາງ​ທີ​ພຣະ​ທຳ​ມັດທາຍ ໄດ້​ຖືກ​ຂຽນ​ຂຶ້ນ​ໃນ​ຕອນ​ຕົ້ນ ເພື່ອ​ໃຫ້​ຊາວ​ຢິວ​ໃນ​ຟີລິດ​ສະຕິນ. ມັນ​ໄດ້​ໃຊ້​ຂໍ້​ອ້າງ​ອີງ​ຫລາຍ​ຂໍ້​ຈາກ​ພຣະ​ຄຳ​ພີ​ເດີມ. ຈຸດ​ປະສົງ​ຕົ້ນ​ຕໍ​ຂອງ​ມັດທາຍ ແມ່ນ​ເພື່ອ​ສະແດງ​ວ່າ ພຣະ​ເຢຊູ​ຄື​ພຣະ​ເມ​ຊີ​ອາ ຜູ້​ຊຶ່ງ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ໄດ້​ກ່າວ​ເຖິງ. ລາວ​ຍັງ​ໄດ້​ເນັ້ນ​ອີກ​ວ່າ ພຣະ​ເຢຊູ​ເປັນ ກະສັດ ແລະ ຜູ້​ພິ​ພາກ​ສາ​ຂອງ​ມະນຸດ.

ສຳ​ລັບ​ເຫດ​ການ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້​ບັນ​ຍາຍ​ໄວ້​ໃນ​ພຣະ​ທຳ​ມັດທາຍ, ເບິ່ງ ຄວາມ​ກົມ​ກຽວ​ຂອງ​ພຣະ​ກິດ​ຕິ​ຄຸນ ໃນ​ພາກ​ຫ້ອຍ​ທ້າຍ.