ສິ່ງ​ຊ່ວຍ​ສຶກ​ສາ
ຮີ​ລາ​ມັນ, ລູກ​ຊາຍ​ຂອງ​ຮີ​ລາ​ມັນ


ຮີ​ລາ​ມັນ, ລູກ​ຊາຍ​ຂອງ​ຮີ​ລາ​ມັນ

ສາດ​ສະ​ດາ ແລະ ຜູ້​ຮັກ​ສາ​ບັນ​ທຶກ​ໃນ​ພຣະ​ຄຳ​ພີ​ມໍມອນ ຜູ້​ໄດ້​ສິດ​ສອນ​ຊາວ​ນີໄຟ. ເພິ່ນ​ເປັນ​ຫລານ​ຊາຍ​ຂອງ​ແອວມາ​ຜູ້​ເປັນ​ລູກ ແລະ ເປັນ​ພໍ່​ຂອງ​ນີໄຟ​ຜູ້​ໄດ້​ຮັບ​ອຳນາດ​ໃນ​ທຸກ​ເລື່ອງ. ພ້ອມ​ດ້ວຍ​ນີໄຟ​ລູກ​ຊາຍ​ຂອງ​ເພິ່ນ, ຮີ​ລາ​ມັນ​ໄດ້​ຂຽນ​ໜັງ​ສື​ຮີ​ລາ​ມັນ.

ໜັງສື​ຮີ​ລາ​ມັນ

ບົດ​ທີ 1–2 ບັນ​ຍາຍ​ກ່ຽວ​ກັບ​ເວລາ​ທີ່​ມີ​ບັນ​ຫາ​ເລື່ອງ​ທາງ​ການ​ເມືອງ. ບົດ​ທີ 3–4 ບັນ​ທຶກ​ວ່າ​ຮີ​ລາ​ມັນ ແລະ ໂມ​ໂຣ​ໄນ​ຮາ, ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ກອງ​ທັບ​ຊາວ​ນີໄຟ, ໃນ​ທີ່​ສຸດ​ໄດ້​ຮັບ​ຄວາມ​ສະຫງົບ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ມີ​ຜູ້​ນຳ​ທີ່​ດີ​ເຫລົ່າ​ນັ້ນ, ແຕ່​ຜູ້​ຄົນ​ກໍ​ຍັງ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ຫລາຍ​ຂຶ້ນ. ໃນ ຮີ​ລາ​ມັນ 5:1–6:14 ນີໄຟ​ໄດ້ສະລະ​ບັນ​ລັງ​ພິ​ພາກ​ສາ, ດັ່ງ​ທີ່​ແອວມາ​ຜູ້​ເປັນ​ພໍ່​ຕູ້​ໄດ້​ເຮັດ, ເພື່ອ​ສິດ​ສອນ​ຜູ້​ຄົນ. ຜູ້​ຄົນ​ໄດ້​ກັບ​ໃຈ​ຊົ່ວ​ໄລ​ຍະ​ໜຶ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ ຮີ​ລາ​ມັນ 6:15–12:26, ປະ​ຊາ​ຊາດ​ຊາວ​ນີໄຟ​ໄດ້​ກາຍ​ເປັນ​ຄົນ​ຊົ່ວ. ບົດ​ສຸດ​ທ້າຍ, 13–16, ບັນຈຸ​ເລື່ອງ​ລາວ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ສາດ​ສະ​ດາ​ຄົນ​ໜຶ່ງ​ຊື່ ຊາ​ມູ​ເອນ​ຄົນ​ເລມັນ ຜູ້​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ກຳເນີດ ແລະ ການ​ຄຶງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຖິງ​ເຄື່ອງ​ໝາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເຫດ​ການ​ເຫລົ່າ​ນັ້ນ.