ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ


ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ

ກົດ​ສຳ​ລັບ​ສຸ​ຂະ​ພາບ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ ເພື່ອ​ຜົນ​ປະ​ໂຫຍດ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ ຂອງ​ໄພ່​ພົນ​ຂອງ​ພຣະເຈົ້າ (ຄພ 89). ໂດຍ​ທົ່ວ​ໄປ​ແລ້ວ ມັນ​ຖືກ​ກ່າວ​ເຖິງ​ວ່າ​ເປັນ ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ຜູ້​ຕິດ​ຕາມ​ພຣະ​ອົງ​ສະເໝີ ກ່ຽວ​ກັບ​ຫລັກ​ທຳ​ເລື່ອງ​ສຸ​ຂະ​ພາບ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ໂຈເຊັບ ສະມິດ ກ່ຽວ​ກັບ​ອາຫານ​ຊະ​ນິດ​ໃດ​ທີ່​ຄວນ​ກິນ ແລະ ຊະ​ນິດ​ໃດ​ທີ່​ຄວນ​ຫລີກ​ລ້ຽງ, ພ້ອມ​ດ້ວຍ​ຄຳ​ສັນ​ຍາ​ທີ່​ຈະ​ປະທານ​ພອນ​ໃຫ້ ສຳ​ລັບ​ຮ່າງ​ກາຍ ແລະ ວິນ​ຍານ ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ.