ສິ່ງ​ຊ່ວຍ​ສຶກ​ສາ
ອີເທີ


ອີເທີ

ສາດ​ສະ​ດາ​ຄົນ​ສຸດ​ທ້າຍ​ຂອງ​ຊາວ​ຢາເຣັດ​ໃນ​ພຣະ​ຄຳ​ພີ​ມໍມອນ (ອທ 12:1–2).

ໜັງສື​ອີເທີ

ໜັງ​ສື​ເຫລັ້ມ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍມອນ​ທີ່​ບັນ​ຈຸ​ພາກ​ສ່ວນ​ໜຶ່ງ​ຂອງ​ບັນ​ທຶກ​ຂອງ​ຊາວ​ຢາເຣັດ. ຊາວ​ຢາເຣັດ​ເປັນ​ຜູ້​ຄົນ​ກຸ່ມ​ໜຶ່ງ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ​ເປັນ​ເວລາ​ຫລາຍ​ສັດ​ຕະ​ວັດ ກ່ອນ​ຜູ້​ຄົນ​ຂອງ​ລີໄຮ. ໜັງ​ສື​ອີເທີ​ໄດ້​ເອົາ​ມາ​ຈາກ​ແຜ່ນ​ຈາລຶກ​ຊາວ​ສີ່​ແຜ່ນ ທີ່​ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ພົບ​ເຫັນ (ມຊຢ 8:8–9).

ບົດ​ທີ 1–2 ບອກ​ເຖິງ​ຊາວ​ຢາເຣັດ​ໄດ້​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ໄໝ​ຂອງ​ຫໍ​ບາເບນ ແລະ ໄດ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ໄປ​ຫາ​ບ່ອນ​ທີ່​ຮູ້​ຈັກ​ກັນ​ວ່າ​ທະ​ວີບ​ອາ​ເມ​ຣິ​ກາ. ບົດ​ທີ 3–6 ອະ​ທິ​ບາຍ​ວ່າ​ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ອນ​ມະຕະ ແລະ ຊາວ​ຢາເຣັດ​ໄດ້​ເດີນ​ທາງ​ໄປ​ໃນ​ເຮືອ​ແປດ​ລຳ. ບົດ​ທີ 7–11 ສືບ​ຕໍ່​ປະຫວັດ​ສາດ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທີ່​ຄອບ​ງຳ​ປະຫວັດ​ສາດ​ສ່ວນ​ໃຫຍ່​ຂອງ​ຊາວ​ຢາເຣັດ. ໂມ​ໂຣ​ໄນ, ຜູ້​ຫຍໍ້​ບັນ​ທຶກ​ຂອງ​ອີເທີ, ໄດ້​ຂຽນ​ໃນ ບົດ​ທີ 12–13 ເຖິງ​ສິ່ງ​ປະ​ຫລາດ​ທີ່​ເກີດ​ຂຶ້ນ​ໂດຍ​ສັດທາ ແລະ ເຖິງ​ພຣະ​ຄຣິດ ແລະ ເຢຣູ​ຊາເລັມ​ໃໝ່​ຈະ​ຖືກ​ຕັ້ງ​ຂຶ້ນ. ບົດ​ທີ 14–15 ບອກ​ເຖິງ​ວິ​ທີ​ທີ່​ຊາວ​ຢາເຣັດ​ກາຍ​ເປັນ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່ ແຕ່​ໄດ້​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ເພາະ​ຄວາມ​ຊົ່ວ​ຮ້າຍ.