ສິ່ງ​ຊ່ວຍ​ສຶກ​ສາ
ຮ່າງ​ກາຍ


ຮ່າງ​ກາຍ

ໂຄງ​ຮ່າງ​ທາງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ຂອງ​ເນື້ອ​ໜັງ ແລະ ກະ​ດູກ ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ ພຣະ​ເຈົ້າ ທີ່​ຮ່ວມ​ດ້ວຍ​ວິນ​ຍານ ເພື່ອ​ປະກອບ​ເປັນ​ຄົນ​ທີ່​ມີ​ຊີ​ວິດ. ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ​ຂອງ​ມະນຸດ​ຊາຍ ແລະ ຍິງ​ທຸກ​ຄົນ​ຈະ​ເຂົ້າ​ຄືນ​ຫາ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ຢ່າງ​ເປັນ​ນິ​ລັນ​ດອນ ໃນ​ການ​ຟື້ນ​ຄືນ​ຊີ​ວິດ. ບາງ​ເທື່ອ​ພຣະ​ຄຳ​ພີ​ກ່າວ​ເຖິງ​ຮ່າງ​ກາຍ ແລະ ວິນ​ຍານ​ທີ່​ຮວມ​ເຂົ້າ​ກັນ​ວ່າ​ເປັນ ຈິດ​ວິນ​ຍານ (ປຖກ 2:7; ຄພ 88:15; ມຊ 3:7, 9, 19; ອຣຮ 5:7).