ສິ່ງ​ຊ່ວຍ​ສຶກ​ສາ
ສິນ​ລະ​ລຶກ


ສິນ​ລະ​ລຶກ

ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ສິນ​ລະ​ລຶກ ໝາຍ​ເຖິງ​ພິ​ທີ​ຂອງ​ການ​ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ນ້ຳ ໃນ​ການ​ລະ​ນຶກ​ເຖິງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ. ເຂົ້າ​ຈີ່​ເປັນ​ຕ່ອນໆ ເປັນ​ຕົວ​ແທນ​ໃຫ້​ແກ່​ເນື້ອ​ກາຍ​ທີ່​ສີກ​ຂາດ; ນ້ຳ​ເປັນ​ຕົວ​ແທນ​ໃຫ້​ແກ່​ໂລ​ຫິດ​ທີ່​ພຣະ​ອົງ​ໄດ້​ຫລັ່ງ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ (1 ກຣທ 11:23–25; ຄພ 27:2). ເມື່ອ​ສະມາ​ຊິກ​ທີ່​ມີ​ຄຸນ​ຄ່າ​ຂອງ​ສາດ​ສະ​ໜາ​ຈັກ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຂົາ​ເຈົ້າ​ສັນ​ຍາ​ທີ່​ຈະ​ຮັບ​ເອົາ ພຣະ​ນາມ​ຂອງ​ຂອງ​ພຣະ​ຄຣິດ​ໄວ້​ກັບ​ຕົນ, ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ, ແລະ ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຜ່ານ​ພິ​ທີ​ການ​ນີ້, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຕໍ່​ພັນທະ​ສັນ​ຍາ​ແຫ່ງ​ການ​ບັບຕິ​ສະມາ​ຂອງ​ເຂົາ​ເຈົ້າ.

ໃນ​ລະຫວ່າງ​ການ​ກິນ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ, ພຣະ​ເຢຊູ​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ພິ​ທີ​ສິນ​ລະ​ລຶກ ໃນ​ຂະນະ​ທີ່​ພຣະ​ອົງ​ກິນ​ເຂົ້າ​ແລງ​ກັບ​ອັກຄະ​ສາວົກ​ສິບ​ສອງ (ມທ 26:17–28; ລູກາ 22:1–20).