ສິ່ງ​ຊ່ວຍ​ສຶກ​ສາ
ແມ່​ນ້ຳ​ຈໍແດນ


ແມ່​ນ້ຳ​ຈໍແດນ

ແມ່​ນ້ຳ​ຈໍແດນ​ເລີ່ມ​ຕົ້ນ​ຈາກ​ທະເລ​ຄາ​ລີ​ເລ​ລົງ​ໄປ​ຫາ​ທະເລ​ຕາຍ. ແມ່​ນ້ຳ​ສາຍ​ນີ້​ຍາວ 100 ໄມ (160 ກິ​ໂລ​ແມັດ) ແລະ ປະກອບ​ດ້ວຍ​ແມ່​ນ້ຳ​ນ້ອຍ​ຫລາຍ​ສາຍ​ຈາກ​ພູ​ເຮີໂມນ. ມັນ​ເປັນ​ແມ່​ນ້ຳ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ອິດສະ​ຣາເອນ.

ເຫດ​ການ​ສອງ​ຢ່າງ​ທີ່​ສຳ​ຄັນ​ທີ່​ກ່ຽວ​ພັນ​ກັບ​ແມ່​ນ້ຳ​ສາຍ​ນີ້ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຍກ​ນ້ຳ​ໃຫ້​ຊາວ​ອິດສະ​ຣາເອນ​ຂ້າມ​ໄປ (ຢຊ 3:14–17), ແລະ ການບັບຕິ​ສະມາ​ຂອງ​ພຣະ​ເຢຊູ​ຄຣິດ (ມທ 3:13–17; 1 ນຟ 10:9).