ສິ່ງ​ຊ່ວຍ​ສຶກ​ສາ
ຈົດ​ເຊັນ​ບັນຊີ


ຈົດ​ເຊັນ​ບັນຊີ

ໜັງ​ສື​ເຫລັ້ມ​ທີ​ສີ່​ໃນ​ພຣະ​ຄຳ​ພີ​ເດີມ. ໂມເຊ​ໄດ້​ຂຽນ​ພຣະ​ທຳ​ຈົດ​ເຊັນ​ບັນ​ຊີ. ພຣະ​ທຳ​ຈົດ​ເຊັນ​ບັນ​ຊີ​ເລົ່າ​ເລື່ອງ​ການ​ເດີນ​ທາງ​ຂອງ​ຊາວ​ອິດສະ​ຣາເອນ ຈາກ​ພູ​ຊີນາຍ​ໄປ​ຫາ​ທົ່ງ​ພຽງ​ໂມອາບ​ແຫ່ງ​ກາ​ນາ​ອານ. ບົດ​ຮຽນ​ທີ່​ສຳ​ຄັນ​ບົດ​ຮຽນ​ໜຶ່ງ​ທີ່​ມັນ​ສອນ​ແມ່ນ​ວ່າ ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ເດີນ​ໄປ​ດ້ວຍ​ສັດທາ, ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ, ຖ້າ​ຫາກ​ພວກ​ເຂົາ​ຢາກ​ມີ​ຄວາມ​ສຳ​ເລັດ​ຜົນ​ຕໍ່​ໄປ. ມັນ​ບອກ​ເລື່ອງ​ລາວ​ກ່ຽວ​ກັບ​ພຣະ​ເຈົ້າ​ໄດ້​ລົງ​ໂທດ​ຊາວ​ອິດສະ​ຣາເອນ​ສຳ​ລັບ​ການ​ບໍ່​ເຊື່ອ​ຟັງ​ຂອງ​ພວກ​ເຂົາ ແລະ ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ກົດ​ຂອງ​ຊາວ​ອິດສະ​ຣາເອນ. ຊື່​ຂອງ​ໜັງ​ສື​ນີ້​ໄດ້​ມາ​ຈາກ​ຈຳນວນ​ສຳ​ມະ​ໂນ​ຄົວ (ຈບຊ 1–2; 26).

ບົດ​ທີ 1–10 ບອກ​ເຖິງ​ການ​ຕຽມ​ອອກ​ເດີນ​ທາງ​ຈາກ​ພູ​ຊີນາຍ​ຂອງ​ຊາວ​ອິດສະ​ຣາເອນ. ບົດ​ທີ 11–14 ບັນ​ຍາຍ​ເຖິງ​ການ​ເດີນ​ທາງ, ສົ່ງ​ພວກ​ນັກ​ສືບ​ໄປ​ຫາ​ກາ​ນາ​ອານ, ແລະ ຊາວ​ອິດສະ​ຣາເອນ​ປະ​ຕິ​ເສດ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ບົດ​ທີ 15–19 ບັນ​ທຶກ​ກົດ​ຕ່າງໆ ແລະ ເຫດ​ການ​ໃນ​ປະຫວັດ​ສາດ. ບົດ​ທີ 20–36 ເປັນ​ປະຫວັດ​ສາດ​ຂອງ​ຜູ້​ຄົນ​ປີ​ສຸດ​ທ້າຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.