ສິ່ງ​ຊ່ວຍ​ສຶກ​ສາ
ເອຟະ​ຣາອີມ


ເອຟະ​ຣາອີມ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຄົນ​ທີ​ສອງ​ຂອງ​ໂຢເຊັບ​ກັບ​ນາງ​ອາເຊນັດ (ປຖກ 41:50–52; 46:20). ກົງ​ກັນ​ຂ້າມ​ກັບ​ຮີດ​ຄອງ​ປະ​ເພ​ນີ, ເອຟະ​ຣາອີມ​ໄດ້​ຮັບ​ສິດ​ທິ​ຂອງ​ອ້າຍ​ກົກ ແທນ​ທີ່​ຈະ​ເປັນ​ມາ​ນາ​ເຊ, ຜູ້​ເປັນ​ອ້າຍ (ປຖກ 48:17–20). ເອຟະ​ຣາອີມ​ໄດ້​ກາຍ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ເຜົ່າ​ເອຟະ​ຣາອີມ.

ເຜົ່າ​ຂອງ​ເອຟະ​ຣາອີມ

ເອຟະ​ຣາອີມ​ໄດ້​ຮັບ​ສິດ​ທິ​ຂອງ​ອ້າຍ​ກົກ​ໃນ​ອິດສະ​ຣາເອນ (1 ຂຄ 5:1–2; ຢມຢ 31:9). ໃນ​ຍຸກ​ສຸດ​ທ້າຍ ສິດ​ທິ​ພິ​ເສດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ແມ່ນ​ທີ່​ຈະ​ດຳ​ລົງ​ຖານະ​ປະ​ໂລ​ຫິດ, ນຳ​ຂ່າວ​ສານ​ເລື່ອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ໄປ​ໃຫ້​ຊາວ​ໂລກ, ແລະ ຍົກ​ປ້າຍ​ສັນ​ຍານ​ຂຶ້ນ​ເພື່ອ​ເຕົ້າ​ໂຮມ​ອິດສະ​ຣາເອນ (ອຊຢ 11:12–13; 2 ນຟ 21:12–13). ລູກ​ຫລານ​ຂອງ​ເອຟະ​ຣາອີມ​ຈະ​ສວມ​ລັດ​ສະ​ໝີ​ພາບ​ໃຫ້​ຜູ້​ທີ່​ມາ​ຈາກ​ປະເທດ​ທາງ​ເໜືອ ທີ່​ກັບ​ມາ​ໃນ​ຍຸກ​ສຸດ​ທ້າຍ (ຄພ 133:26–34).

ກິ່ງ​ງ່າ​ຂອງ​ເອຟະ​ຣາອີມ ຫລື ໂຢເຊັບ

ບັນ​ທຶກ​ຂອງ​ກຸ່ມ​ໜຶ່ງ​ຈາກ​ເຜົ່າ​ເອຟະ​ຣາອີມ ທີ່​ຖືກ​ພາ​ໜີ​ຈາກ​ເຢຣູ​ຊາເລັມ​ໄປ​ຫາ​ອາ​ເມຣິ​ກາ​ປະ​ມານ 600 ປີ ກ່ອນ ຄ.ສ. ບັນ​ທຶກ​ຂອງ​ກຸ່ມ​ນີ້​ຖືກ​ເອີ້ນ​ວ່າ ກິ່ງ​ງ່າ​ຂອງ​ເອຟະ​ຣາອີມ ຫລື ໂຢເຊັບ, ຫລື ພຣະ​ຄຳ​ພີ​ມໍມອນ. ກິ່ງ​ງ່າ​ນີ້ ແລະ ກິ່ງ​ງ່າ​ຂອງ​ຢູ​ດາ (ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ) ຈະ​ລວມ​ກັນ​ເປັນ​ປະຈັກ​ພະຍານ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢຊູ​ຄຣິດ, ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ວຽກ​ງານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ສອງ​ກິ່ງ​ງ່າ​ເຫລົ່າ​ນີ້​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ.