ສິ່ງ​ຊ່ວຍ​ສຶກ​ສາ
ປັດ​ສະຄາ


ປັດ​ສະຄາ

ງານ​ລ້ຽງ​ປັດ​ສະຄາ​ຖືກ​ຕັ້ງ​ໄວ້​ເພື່ອ​ຊ່ວຍ​ເຫລືອ​ລູກ​ຫລານ​ຂອງ​ອິດສະ​ຣາເອນ ຈື່​ຈຳ​ຕອນ​ທີ່​ທູດ​ຜູ້​ທຳ​ລາຍ​ໄດ້​ຜ່ານ​ກາຍ​ເຮືອນ​ຂອງ​ພວກ​ເຂົາ​ໄປ ແລະ ໄດ້​ປົດ​ປ່ອຍ​ພວກ​ເຂົາ​ຈາກ​ຊາວ​ເອຢິບ (ອພຍ 12:21–28; 13:14–15). ເລືອດ​ຂອງ​ລູກ​ແກະ​ທີ່​ບໍ່​ມີ​ບ່ອນ​ຕຳ​ໜິ ຊຶ່ງ​ຖືກ​ໃຊ້​ເປັນ​ເຄື່ອງ​ໝາຍ ເພື່ອ​ຊ່ວຍ​ຊີ​ວິດ​ຊາວ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູຮານ, ກໍ​ເປັນ​ເຄື່ອງ​ໝາຍ​ເຖິງ​ພຣະ​ເຢຊູ​ຄຣິດ, ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຊຶ່ງ​ການ​ເສຍ​ສະລະ​ຂອງ​ພຣະ​ອົງ​ໄດ້​ໄຖ່​ມະນຸດ​ຊາດ.