ສິ່ງ​ຊ່ວຍ​ສຶກ​ສາ
ອອມໄນ


ອອມໄນ

ຜູ້ຮັກ​ສາ​ບັນ​ທຶກ​ຊາວ​ນີໄຟ​ໃນ​ພຣະ​ຄຳ​ພີ​ມໍມອນ ຜູ້​ໄດ້​ຂຽນ​ປະ​ມານ 361 ປີ ກ່ອນ ຄ.ສ. (ຈຣ 1:15; ອມນ 1:1–3).

ໜັງສື​ອອມໄນ

ໜັງ​ສື​ເຫລັ້ມ​ໜຶ່ງ​ທີ່​ແປ​ຈາກ​ແຜ່ນ​ຈາລຶກ​ນ້ອຍ​ຂອງ​ນີໄຟ ໃນ​ພຣະ​ຄຳ​ພີ​ມໍມອນ. ໜັງ​ສື​ເຫລັ້ມ​ນີ້​ມີ​ພຽງ​ແຕ່​ບົດ​ດຽວ​ເທົ່າ​ນັ້ນ, ຊຶ່ງ​ບັນ​ຈຸ​ເລື່ອງ​ລາວ​ກ່ຽວ​ກັບ​ສົງ​ຄາມ​ໃນ​ບັນ​ດາ​ຊາວ​ນີໄຟ ແລະ ຊາວ​ເລມັນ. ອອມ​ໄນ​ໄດ້​ຂຽນ​ພຽງ ສາມ​ຂໍ້ທຳ​ອິດ ໃນ​ປຶ້ມນີ້. ແລ້ວ​ແຜ່ນ​ຈາລຶກ​ໄດ້​ຖືກ​ສົ່ງ​ຕໍ່​ກັນ​ໄປ​ຈາກ ອາມາ​ຣອນ, ເຄມິດ, ອະບີ​ນາໂດມ, ແລະ ໃນ​ທີ່​ສຸດ ອາມາ​ລະໄຄ. ອາມາ​ລະໄຄ​ໄດ້​ເອົາ​ແຜ່ນ​ຈາລຶກ​ໄປ​ໃຫ້​ກະສັດ​ເບັນ​ຢາ​ມິນ, ກະສັດ​ຂອງ​ເຊຣາ​ເຮັມລາ.