ສິ່ງ​ຊ່ວຍ​ສຶກ​ສາ
ອາມ​ລິ​ໄຊ, ຊາວ​ອາມ​ລິ​ໄຊ


ອາມ​ລິ​ໄຊ, ຊາວ​ອາມ​ລິ​ໄຊ

ຊາຍ​ຄົນ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍມອນ ຜູ້​ໄດ້​ນຳ​ພາ​ຊາວ​ນີໄຟ​ກຸ່ມ​ໜຶ່ງ ຜູ້​ປາດ​ຖະ​ໜາ​ຢາກ​ມີ​ກະສັດ​ໃນ​ຊ່ວງ​ໄລ​ຍະ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ. ຊາວ​ນີໄຟ​ເຫລົ່າ​ນີ້, ຖືກ​ເອີ້ນ​ວ່າ ຊາວ​ອາມ​ລິ​ໄຊ, ໄດ້​ກະ​ບົດ​ຕໍ່​ຕ້ານ​ພຣະ​ເຈົ້າ​ຢ່າງ​ເປີດ​ເຜີຍ, ຊຶ່ງ​ໂດຍ​ການ​ນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ສາບ​ແຊ່ງ (ແອວ 2–3).