ສິ່ງ​ຊ່ວຍ​ສຶກ​ສາ
ພໍ່ແມ່, ບິດາ​ມານດາ


ພໍ່ແມ່, ບິດາ​ມານດາ

ພໍ່ ແລະ ແມ່. ສາ​ມີ ແລະ ພັນ​ລະ​ຍາ​ທີ່​ມີ​ຄ່າ​ຄວນ ຜູ້​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຢ່າງ​ຖືກ​ຕ້ອງ​ໃນ​ການ​ແຕ່ງ​ງານ​ຢູ່​ໃນ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ ສາ​ມາດ​ບັນ​ລຸ​ບົດ​ບາດ​ຂອງ​ຕົນ ໃນ​ຖານະ​ເປັນ​ບິດາ​ມານດາ ຕະຫລອດ​ຊົ່ວ​ນິ​ລັນ​ດອນ. “ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ ທີ່​ຈະ​ລ້ຽງ​ດູ​ລູກ​ເຕົ້າ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຊອບ​ທຳ, ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳ​ເປັນ​ຕ່າງໆ​ທາງ​ວິນ​ຍານ ແລະ ທາງ​ໂລກ​ໃຫ້​ລູກ, ແລະ ສອນ​ເຂົາ​ໃຫ້​ຮັກ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ເປັນ​ພົນ​ລະ​ເມືອງ​ທີ່​ເຊື່ອ​ຟັງ​ກົດ​ໝາຍ​ບ່ອນ​ທີ່​ຕົນ​ອາ​ໄສ​ຢູ່” (“ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign, Nov. 2010, 129).