ສິ່ງ​ຊ່ວຍ​ສຶກ​ສາ
ຄັງ


ຄັງ

ສະຖານ​ທີ່ ບ່ອນ​ທີ່​ອະ​ທິ​ການ​ໄດ້​ຮັບ, ໄດ້​ຖືກ​ຮັກ​ສາ​ໄວ້, ແລະ ເບີກ​ສິ່ງ​ຂອງ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ​ລິ​ຈາກ​ດ້ວຍ​ຄວາມ​ອຸ​ທິດ​ຖວາຍ​ໃຫ້​ແກ່​ຄົນ​ຍາກ​ຈົນ. ຄັງ​ແຕ່​ລະ​ບ່ອນ ອາດ​ໃຫຍ່​ນ້ອຍ​ຕາມ​ແຕ່​ສະພາບ​ການ​ຮຽກ​ຮ້ອງ. ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ຊື່​ສັດ ໄດ້​ບໍ​ລິ​ຈາກ​ພອນ​ສະຫວັນ, ຄວາມ​ຊຳ​ນານ, ວັດ​ຖຸ​ປະສົງ, ແລະ ຊັບ​ສິນ​ທາງ​ການ​ເງິນ ໃຫ້​ແກ່​ອະ​ທິ​ການ ເພື່ອ​ດູ​ແລ​ຄົນ​ຍາກ​ຈົນ ໃນ​ເວລາ​ທີ່​ຂັດ​ສົນ. ສະນັ້ນ, ຄັງ​ອາດ​ຮ່ວມ​ດ້ວຍ ລາຍ​ການ ການ​ຮັບ​ໃຊ້​ບໍ​ລິ​ການ, ເງິນ, ອາຫານ, ຫລື ເຄື່ອງ​ຂອງ​ອື່ນໆ​ທີ່​ມີ​ໄວ້​ໃຫ້. ອະ​ທິ​ການ​ເປັນ​ຕົວ​ແທນ​ຂອງ​ຄັງ ແລະ ການ​ບໍ​ລິ​ຈາກ​ສິ່ງ​ຂອງ ແລະ ການ​ຮັບ​ໃຊ້ ຕາມ​ທີ່​ຕ້ອງ​ການ ແລະ ຕາມ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຄພ 42:29–36; 82:14–19).